ຮຽນຮູ້ ຢ່າງບໍ່ມີຂີດຈຳກັດ.
ເລີ່ມຕົ້ນ, ປ່ຽນສາຍ ຫຼື ພັດທະນາອາຊີບ ດ້ວຍຄອສຈາກຜູ້ຊ່ຽວຊານ ແລະ ເວີກຊອບສົດ — ສ້າງຂຶ້ນສຳລັບຄົນລາວ, ສອນເປັນພາສາລາວ.

ຂັບເຄື່ອນດ້ວຍເທັກໂນໂລຢີ AI ແລະ ເຄື່ອງມືຊັ້ນນຳລະດັບໂລກ
- ChatGPT
- Claude
- Gemini
- Make.com
- n8n
- LangChain
- Midjourney
- Google Veo
- Seedance
- Grok
- Higgsfield AI
- Zapier
- Hugging Face
- Docker
- Kubernetes
- Python
- React
- Next.js
- TypeScript
- Supabase
- Tailwind CSS
- Vercel
- PyTorch
- GitHub
- Figma
- Notion
- Bun
ຄອສໃໝ່
ຄອສໃໝ່ຫຼ້າສຸດຈາກຜູ້ສອນ Ladimy.
ເບິ່ງໝວດໝູ່ຍອດນິຍົມ
ເວີກຊອບ
ເວີກຊອບເນັ້ນການລົງມືເຮັດຕົວຈິງ — ລົງທະບຽນຜ່ານລະບົບ, ບ່ອນນັ່ງມີຈຳກັດ.

AI Literacy and Ethics for Corporate
ສຳເລັດແລ້ວ ສຳລັບການຝຶກອົບຮົມຫຼັກສູດ "AI Literacy and Ethics for Corporate" ໃຫ້ກັບ ບໍລິສັດ PetroVietnam Oil Lao. ໃນລະຫວ່າງ ເດືອນຕຸລາ - ພະຈິກ 2026 ທີ່ຜ່ານມາ, ພວກເຮົາໄດ້ຈັດການຝຶກອົບຮົມທັງໝົດ 2 ຮອບ ໂດຍມີຜູ້ເຂົ້າຮ່ວມລວມທັງໝົດ 41 ທ່ານ. ເຊິ່ງ ໃນຫຼັກສູດ AI Literacy and Ethics for Corporate ຂອງພວກເຮົາ ຈະມີເນື້ອຫາຫຼັກໆດັ່ງນີ້: . - AI Literacy & Practical Tools: ເຂົ້າໃຈພື້ນຖານການເຮັດວຽກຂອງ AI ແລະ ການປະຍຸກໃຊ້ເຄື່ອງມືທັນສະໄໝ ເພື່ອເພີ່ມຜົນລັບ, ສ້າງປະສິດທິພາບ ແລະ ຫຼຸດຂັ້ນຕອນການເຮັດວຽກປະຈຳວັນ. - Prompt Engineering: ເຕັກນິກການສື່ສານ ແລະ ສັ່ງວຽກ AI ແນວໃດ ໃຫ້ໄດ້ຜົນລັບທີ່ຖືກຕ້ອງ, ແນ່ນອນ ແລະ ຕອບໂຈດວຽກງານຫຼາຍກວ່າເກົ່າ. - AI Ethics, Security & Governance: ຫຼັກຈັນຍາບັນ, ການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ການບໍລິຫານຄວາມສ່ຽງ ຕາມມາດຕະຖານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງອົງກອນ. . ຂໍຂອບໃຈ ບໍລິສັດ PV Oil ທີ່ໃຫ້ໂອກາດພວກເຮົາໄດ້ມີໂອກາດໄດ້ແບ່ງປັນຄວາມຮູ້ໃນເທື່ອນີ້ ແລະ ຂໍຊົມເຊີຍຜູ້ເຂົ້າຮ່ວມທັງ 41 ທ່ານ ຈາກທັງ 2 ຮອບ ທີ່ຕັ້ງໃຈຮັບການຝຶກອົບຮົບ. ພວກເຮົາຫວັງຢ່າງຍິ່ງວ່າ ຄວາມຮູ້ ແລະ ເຕັກນິກທີ່ໄດ້ຮັບໃນຄັ້້ງນີ້ ຈະເປັນເຄື່ອງມືສຳຄັນໃນການນຳໄປປັບໃຊ້ ເພື່ອເກີດຜົນປະໂຫຍດສູງສຸດ ໃນໜ້າທີ່ການງານຂອງທ່ານ.

Artificial Intelligence For Executive
ບັນຍາກາດການອົບຮົມຫຼັກສູດ Artificial Intelligence For Executive 1 ມື້ເຕັມ (ວັນທີ 3 ຕຸລາ ທີ່ຜ່ານມາ) ໃຫ້ແກ່ຄະນະບໍລິຫານຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈຳນວນ 39 ທ່ານ. ເຊິ່ງຜູ້ຝຶກອົບຮົມ 39 ທ່ານຈະໄດ້ຮຽນຮູ້ກ່ຽວກັບ: ✅ ML, DL, NLP ການນຳ Generative AI ໄປປະຍຸກໃຊ້ໃນການເຮັດວຽກຈິງ. ✅ Prompt Engineering: ການຂຽນຄຳສັ່ງ ແລະ ແນວຄິດ ສຳລັບຜູ້ບໍລິຫານ - Hands-On 8 tasks. ✅ Hands-On 3 tasks, AI Pilot, ກຳນົດ KPI ແລະ ສ້າງ Action Plan ທີ່ນຳໄປປະຕິບັດໄດ້ຈິງໃນອົງກອນ. ✅ ຄວາມສ່ຽງ, ຈັນຍາບັນ, Data Privacy ແລະ AI Governance ✅ Case Study ການນຳໃຊ້ AI ໃນສະຖາບັນການເງິນລະດັບສາກົນ ✅ ຈັນຍາບັນ ແລະ ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ ຂໍຂອບໃຈ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ໃຫ້ໂອກາດພວກເຮົາໄດ້ມາແບ່ງປັນຄວາມຮູ້ໃນຄັ້ງນີ້. ພວກເຮົາຫວັງຢ່າງຍິ່ງວ່າ ທຸກທ່ານຈະນຳເອົາຄວາມຮູ້ ແລະ ທັກສະ ໄປປະຍຸກໃຊ້ໄດ້ໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ

AI For Marketing
ສຳເລັດລົງແລ້ວ ສຳລັບຫຼັກສູດຝຶກອົບຮົບໃນຫົວຂໍ້ “ AI For Marketing ” ໃນງານ Laos E-Commerce 2026 ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານຈາກຫຼากຫຼາຍພາກສ່ວນ ທັງໝົດ 51 ທ່ານ ທີ່ມາຮ່ວມລົງເລິກ, ຮຽນຮູ້ ແລະ ພັດທະນາທັກສະໄປພ້ອມກັນຕະຫຼອດ 4 ຊົ່ວໂມງເຕັມ. ໃນຫຼັກສູດນີ້ ພວກເຮົາໄດ້ພາທຸກທ່ານໄປລົງເລິກເຄື່ອງມື ແລະ ວິທີການນຳໃຊ້ AI ເຂົ້າຊ່ວຍໃນງຽກງານການຕະຫຼາດຫຼາຍດ້ານເຊັ່ນ: - AI Prompt Engineering: ເຕັກນິກການຂຽນ ຄຳສັ່ງ (Prompt) ໃຫ້ AI ເຮັດວຽກຢ່າງມີປະສິດທິພາບ - AI Analytics: ການວິເຄາະຂໍ້ມູນການຕະຫຼາດດ້ວຍ AI - AI Content (Artwork & Video): ການສ້າງສື່, ຮູບພາບ ແລະ ວິດີໂອຄອນເທັນ - AI Ethics: ຈະລິຍະທຳ ແລະ ຂໍ້ຄວນລະວັງໃນການໃຊ້ AI - Mini Group Project: ເຮັດໂຄງງານກຸ່ມຕົວຈິງ ຫວັງວ່າຄວາມຮູ້ ແລະ ເທັກນິກທີ່ພວກເຮົານຳມາສອນໃນຫຼັກສູດນີ້ ຈະຊ່ວຍໃນວຽກງານການຕະຫຼາດຂອງທຸກທ່ານໃຫ້ເກີດປະໂຫຍດບໍ່ລາຍກໍນ້ອຍ 🚀
ທັກສະທີ່ສາມາດນຳໄປໃຊ້ໄດ້ທັນທີ
ຄວາມຮູ້ທີ່ປັບໃຊ້ໄດ້ທັນທີ
ຮຽນຮູ້ຈາກສະຖານະການຕົວຈິງ ເພື່ອໃຫ້ສາມາດນຳໃຊ້ AI ແລະເຕັກໂນໂລຊີໃນການເຮັດວຽກໄດ້ທັນທີ — ບໍ່ພຽງແຕ່ທິດສະດີ.
ອັບເດດສະເໝີ
ເນື້ອຫາຂອງພວກເຮົາຖືກປັບປຸງໃໝ່ຢ່າງຕໍ່ເນື່ອງ ເພື່ອໃຫ້ທັນກັບເຄື່ອງມື ແລະ ແພລດຟອມທີ່ປ່ຽນແປງໄວ.
ສ້າງແນວຄວາມຄິດຂອງ AI
ພວກເຮົາບໍ່ພຽງແຕ່ສອນເຄື່ອງມືເທົ່ານັ້ນ — ພວກເຮົາສ້າງແນວຄວາມຄິດເພື່ອແກ້ໄຂບັນຫາທີ່ແທ້ຈິງດ້ວຍ AI.
ໃບຢັ້ງຢືນທີ່ມີຄຸນຄ່າ
ຮັບໃບຢັ້ງຢືນທີ່ກວດສອບໄດ້ ແບ່ງປັນໃສ່ LinkedIn ແລະ Facebook ເພື່ອພິສູດທັກສະ.
ປ່ຽນອົງກອນໃຫ້ເປັນ ທີມທີ່ໃຊ້ AI ເປັນຫຼັກ
ການຝຶກອົບຮົມ ແລະ ເວີກຊອບທີ່ອອກແບບໃຫ້ເໝາະກັບອົງກອນ ເພື່ອເພີ່ມປະສິດທິພາບຂອງທີມທັງໝົດ. ສ້າງຂຶ້ນສຳລັບ SME ແລະ ວິສາຫະກິດລາວ.
ພ້ອມເລີ່ມຮຽນແລ້ວບໍ?
ເຂົ້າຮ່ວມນັກຮຽນຫຼາຍພັນຄົນໃນປະເທດລາວ. ຮັບຄອສໃໝ່, ການເຊີນເຂົ້າຮ່ວມເວີກຊອບ ແລະຄຳແນະນຳໃນອິນບັອກ.
ບໍ່ມີ spam. ເຊົາຕິດຕາມໄດ້ທຸກເວລາ.