ເວີກຊອບ ແລະການຝຶກອົບຮົມສົດ
ຝຶກອົບຮົມຕົວຈິງ - ລົງທະບຽນໃນລະບົບ, ບ່ອນນັ່ງມີຈຳກັດ.
ເວີກຊອບທີ່ຜ່ານມາ
ການຝຶກອົບຮົມທີ່ພວກເຮົາໄດ້ຈັດແລ້ວ.
AI for Marketing Comprehensive
ເມື່ອວັນທີ 19-20 ມິຖຸນາ ທີ່ຜ່ານມາ, ທີມງານ Laligence ໄດ້ມີໂອກາດໄປແບ່ງປັນຄວາມຮູ້ດ້ານ AI ໃນຫຼັກສູດ "AI for Marketing Comprehensive Course" ກັບທີມງານ KP Company Limited ທັງ 18 ທ່ານ ຕະຫຼອດ 2 ມື້ເຕັມ! ຫຼັກສູດນີ້ພວກເຮົາໄດ້ເຈາະເລິກວິທີການນຳ AI ມາປັບໃຊ້ເພື່ອເພີ່ມປະສິດທິພາບໃນການເຮັດວຽກດ້ານການຕະຫຼາດໃຫ້ມີປະສິດທິພາບຫຼາຍຂຶ້ນ ບໍ່ວ່າຈະເປັນ: ✅ Content : ໃຊ້ AI ຊ່ວຍວາງໂຄງຮ່າງ ແລະ ຂຽນ Copywriting . ✅ Artwork : ສ້າງສັນຮູບພາບໂຄສະນາແບບມືອາຊີບດ້ວຍ AI Tools. ✅ Video Production: ເຕັກນິກການຜະລິດວິດີໂອສັ້ນ ແລະ ການຕັດຕໍ່ດ້ວຍ AI. ✅ Presentation: ໃຊ້ປ່ຽນງານນຳສະເໜີທຳມະດາ ໃຫ້ເປັນເລື່ອງລາວທີ່ໜ້າສົນໃຈ. ✅ Ads Optimization: ວິເຄາະ ແລະ ວາງແຜນການຍິງໂຄສະນາໂດຍການເອົາ AI ເຂົ້າມາຊ່ວຍ. ✅ Audio Tools: ການນຳໃຊ້ AI ເພື່ອສ້າງສຽງບັນຍາຍ ແລະ ດົນຕີປະກອບວິດີໂອ. ພວກເຮົາ ຂໍຂອບໃຈທາງບໍລິສັດ KP Company Limited ທີ່ໃຫ້ໂອກາດພວກເຮົາໃນການເພີຍແຜ່ຄວາມຮູ້ໃນເທື່ອນີ້. ສໍາລັບບໍລິສັດໃດທີ່ມີຄວາມສົນໃຈຢາກໃຫ້ພວກເຮົາ ໄປເຜີຍແພ່ການນໍ້າໃຊ້ AI ເຂົ້າໃນວຽກງານຂອງທ່ານ ສາມາດຕໍ່ສອບຖາມລາຍລະອຽດໄດ້ທີ່ເບີ 020 91 593 838