ຮຽນສົດ & ພົບໜ້າ

ເວີກຊອບ ແລະການຝຶກອົບຮົມສົດ

ເວີກຊອບເນັ້ນການລົງມືເຮັດຕົວຈິງ — ລົງທະບຽນຜ່ານລະບົບ, ບ່ອນນັ່ງມີຈຳກັດ.

ເວີກຊອບທີ່ຜ່ານມາ

ການຝຶກອົບຮົມທີ່ພວກເຮົາໄດ້ຈັດຜ່ານມາ — ຜົນງານຕົວຈິງຈາກຫ້ອງຝຶກ.

310
ເວີກຊອບ

Artificial Intelligence For Executive

ບັນຍາກາດການອົບຮົມຫຼັກສູດ Artificial Intelligence For Executive 1 ມື້ເຕັມ (ວັນທີ 3 ຕຸລາ ທີ່ຜ່ານມາ) ໃຫ້ແກ່ຄະນະບໍລິຫານຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈຳນວນ 39 ທ່ານ. ເຊິ່ງຜູ້ຝຶກອົບຮົມ 39 ທ່ານຈະໄດ້ຮຽນຮູ້ກ່ຽວກັບ: ✅ ML, DL, NLP ການນຳ Generative AI ໄປປະຍຸກໃຊ້ໃນການເຮັດວຽກຈິງ. ✅ Prompt Engineering: ການຂຽນຄຳສັ່ງ ແລະ ແນວຄິດ ສຳລັບຜູ້ບໍລິຫານ - Hands-On 8 tasks. ✅ Hands-On 3 tasks, AI Pilot, ກຳນົດ KPI ແລະ ສ້າງ Action Plan ທີ່ນຳໄປປະຕິບັດໄດ້ຈິງໃນອົງກອນ. ✅ ຄວາມສ່ຽງ, ຈັນຍາບັນ, Data Privacy ແລະ AI Governance ✅ Case Study ການນຳໃຊ້ AI ໃນສະຖາບັນການເງິນລະດັບສາກົນ ✅ ຈັນຍາບັນ ແລະ ການນຳໃຊ້ AI ຢ່າງມີຄວາມຮັບຜິດຊອບ ຂໍຂອບໃຈ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ໃຫ້ໂອກາດພວກເຮົາໄດ້ມາແບ່ງປັນຄວາມຮູ້ໃນຄັ້ງນີ້. ພວກເຮົາຫວັງຢ່າງຍິ່ງວ່າ ທຸກທ່ານຈະນຳເອົາຄວາມຮູ້ ແລະ ທັກສະ ໄປປະຍຸກໃຊ້ໄດ້ໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ

09:56 – 12:56ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
2609
ເວີກຊອບ

AI For Marketing

ສຳເລັດລົງແລ້ວ ສຳລັບຫຼັກສູດຝຶກອົບຮົບໃນຫົວຂໍ້ “ AI For Marketing ” ໃນງານ Laos E-Commerce 2026 ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານຈາກຫຼากຫຼາຍພາກສ່ວນ ທັງໝົດ 51 ທ່ານ ທີ່ມາຮ່ວມລົງເລິກ, ຮຽນຮູ້ ແລະ ພັດທະນາທັກສະໄປພ້ອມກັນຕະຫຼອດ 4 ຊົ່ວໂມງເຕັມ. ໃນຫຼັກສູດນີ້ ພວກເຮົາໄດ້ພາທຸກທ່ານໄປລົງເລິກເຄື່ອງມື ແລະ ວິທີການນຳໃຊ້ AI ເຂົ້າຊ່ວຍໃນງຽກງານການຕະຫຼາດຫຼາຍດ້ານເຊັ່ນ: - AI Prompt Engineering: ເຕັກນິກການຂຽນ ຄຳສັ່ງ (Prompt) ໃຫ້ AI ເຮັດວຽກຢ່າງມີປະສິດທິພາບ - AI Analytics: ການວິເຄາະຂໍ້ມູນການຕະຫຼາດດ້ວຍ AI - AI Content (Artwork & Video): ການສ້າງສື່, ຮູບພາບ ແລະ ວິດີໂອຄອນເທັນ - AI Ethics: ຈະລິຍະທຳ ແລະ ຂໍ້ຄວນລະວັງໃນການໃຊ້ AI - Mini Group Project: ເຮັດໂຄງງານກຸ່ມຕົວຈິງ ຫວັງວ່າຄວາມຮູ້ ແລະ ເທັກນິກທີ່ພວກເຮົານຳມາສອນໃນຫຼັກສູດນີ້ ຈະຊ່ວຍໃນວຽກງານການຕະຫຼາດຂອງທຸກທ່ານໃຫ້ເກີດປະໂຫຍດບໍ່ລາຍກໍນ້ອຍ 🚀

00:00 – 00:00Laos E-Commerce 2026
909
ເວີກຊອບ

AI Literacy and Ethics for Corporate

ສຳເລັດລົງແລ້ວ ສຳລັບການຝຶກອົບຮົມຫຼັກສູດ "AI Literacy and Ethics for Corporate" ໃຫ້ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ສຳນັກງານໃຫຍ່) ຈຳນວນ 17 ທ່ານ. ຫຼັກສູດນີ້ມຸ່ງເນັ້ນການຍົກລະດັບທັກສະດ້ານປັນຍາປະດິດ (AI) ເພື່ອຂັບເຄື່ອນວຽກງານການທະນາຄານໃຫ້ກ້າວທັນຍຸກດິຈິຕອນ ໂດຍເນື້ອຫາມີທັງ: - AI Literacy & Practical Tools: ພື້ນຖານການເຮັດວຽກຂອງ AI ແລະ ການປະຍຸກໃຊ້ເຄື່ອງມືທັນສະໄໝ ເພື່ອເພີ່ມຜົນລັບ ແລະ ຫຼຸດຂັ້ນຕອນການເຮັດວຽກ. - Prompt Engineering: ເຕັກນິກການສື່ສານ ແລະ ສັ່ງງານ AI ແບບມືອາຊີບ ເພື່ອຜົນລັບທີ່ຖືກຕ້ອງ ແລະ ແນ່ນອນ. - AI Ethics, Security & Governance: ຫຼັກຈັນຍາບັນ, ການປົກປ້ອງຂໍ້ມູນສ່ວນບຸກຄົນ (Data Privacy) ແລະ ການບໍລິຫານຄວາມສ່ຽງ ຕາມມາດຕະຖານຄວາມປອດໄພຂອງທຸລະກິດການເງິນ-ການທະນາຄານ. ຂໍສະແດງຄວາມຂອບໃຈມາຍັງ ຄະນະຜູ້ບໍລິຫານ BCEL ທີ່ໃຫ້ຄວາມສຳຄັນກັບການພັດທະນາບຸກຄະລາກອນ ແລະ ຂໍຊົມເຊີຍຜູ້ເຂົ້າຮ່ວມທັງ 17 ທ່ານ ທີ່ຕັ້ງໜ້າແລກປ່ຽນບົດຮຽນຮ່ວມກັນ. ພວກເຮົາເຊື່ອໝັ້ນວ່າ ຄວາມຮູ້ເຫຼົ່ານີ້ຈະເປັນເອົາໄປປັບໃຫຍ່ໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ວຽກງານບໍ່ຫຼາຍ ກໍໜ້ອຍ.

00:00 – 00:00ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ສຳນັກງານໃຫຍ່)
609
ເວີກຊອບ

ວິເຄາະທຸລະກິດ & ເພີ່ມຍອດຂາຍດ້ວຍ AI

ສຳເລັດການຝຶກອົບຮົມ ຫຼັກສູດ "ວິເຄາະທຸລະກິດ & ເພີ່ມຍອດຂາຍດ້ວຍ AI" ສອນໂດຍ ປອ. ສະຫວາດ ໄຊປະດິດ ໃນງານ "QPOS presents The Lao Foodie Forum - ບໍລິຫານການກິນ". ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອຍົກລະດັບການບໍລິຫານຈັດການຮ້ານອາຫານ, ການວິເຄາະພຶດຕິກຳລູກຄ້າ ແລະ ການໃຊ້ AI ເພື່ອເພີ່ມຍອດຂາຍ ແລະ ປະສິດທິພາບການເຮັດວຽກຂອງທຸລະກິດອາຫານໃຫ້ວ່ອງໄວ, ຖືກຕ້ອງ ແລະ ເຕີບໂຕຢ່າງຍືນຍົງ. ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຜູ້ເຂົ້າຮ່ວມທຸກທ່ານ, ທີມງານ QPOS ແລະ ຜູ້ຈັດງານ "The Lao Foodie Forum - ບໍລິຫານການກິນ ທີ່ໃຫ້ Laligence ໄດ້ມີໂອກາດ ມາແບ່ງປັນຄວາມຮູ້ໃນເທື່ອນີ້.

13:43 – 16:43QPOS presents The Lao Foodie Forum - ບໍລິຫານການກິນ
309
ເວີກຊອບ

AI Automation with n8n

ສຳເລັດການຝຶກອົບຮົມ ຫຼັກສູດ "AI Automation with n8n" ທີ່ຈັດຂຶ້ນໃນວັນທີ 3-4 ສິງຫາ 2026 ທີ່ຜ່ານມາ ໃຫ້ກັບບັນດາພະນັກງານ ຈາກ ທະນາຄານ BFL BRED Group ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 7 ຄົນ. 💡 ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອຍົກລະດັບການສ້າງລະບົບອັດໂນມັດ , ເຊື່ອມຕໍ່ຂໍ້ມູນ ແລະ ເພີ່ມປະສິດທິພາບການເຮັດວຽກໃນອົງກອນໃຫ້ວ່ອງໄວ , ຖືກຕ້ອງ ແລະ ມີຄວາມປອດໄພສູງ . #ເນື້ອຫາທີ່ໄດ້ເຈາະເລິກໃນຫຼັກສູດປະກອບມີ: - ການປູພື້ນຖານ n8n & AI Integration: ການຕັ້ງຄ່າ Workflow , ການໃຊ້ Node ຕ່າງໆ ແລະ ການເຊື່ອມຕໍ່ n8n ເຂົ້າກັບ AI Model ເພື່ອສ້າງລະບົບອັດໂນມັດ. - ການໃຊ້ AI + n8n ໃນການດຶງຂໍ້ມູນ, ຈັດການເອກະສານ , ວິເຄາະທຸລະກຳ ແລະ ຈັດເກບຂໍ້ມູນແບບອັດໂນມັດ . - ການສ້າງລະບົບສະຫຼຸບລາຍງານ, ເຊື່ອມຕໍ່ API ເຂົ້າກັບເຄື່ອງມືພາຍໃນ ແລະ ລະບົບແຈ້ງເຕືອນອັດໂນມັດ. 🙏 ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຜູ້ເຂົ້າຮ່ວມທັງໝົດ ຈາກ ທະນາຄານ BFL BRED Group 💙 ທີ່ໃຫ້ຄວາມສົນໃຈ , ຕັ້ງອົກຕັ້ງໃຈ ແລະ ມີສ່ວນຮ່ວມຕະຫຼອດການຝຶກອົບຮົມ. ຫວັງຢ່າງຍິ່ງວ່າ ທັກສະ ແລະ ຄວາມຮູ້ໃນຄັ້ງນີ້ ຈະຖືກນໍາໄປປະຍຸກໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ .

10:47 – 13:47 ທະນາຄານ BFL BRED Group
2708
ເວີກຊອບ

AI Cowork for Data Analytics - Business Team"

🎉ສຳເລັດການຝຶກອົບຮົມ🎓✨ ຫຼັກສູດ "AI Cowork for Data Analytics - Business Team" ໂດຍນຳໃຊ້ Claude ທີ່ຈັດຂຶ້ນໃນວັນທີ 27-28 ສິງຫາ 2026 ທີ່ຜ່ານມາ.ໃຫ້ກັບບັນດາພະນັກງານ ຈາກ M Money ຈຳນວນທັງໝົດ 13 ທ່ານ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອຍົກລະດັບການເຮັດວຽກດ້ານຂໍ້ມູນໃຫ້ມີປະສິດທິພາບ, ຖືກຕ້ອງ ແລະ ວ່ອງໄວຂຶ້ນ. . 📚ເນື້ອຫາທີ່ໄດ້ເຈາະເລິກໃນຫຼັກສູດປະກອບມີ: - ການຕັ້ງຄ່າ Claude Project, ອະນາໄມຂໍ້ມູນ ແລະ ເຮັດ SOP ການກຽມຂໍ້ມູນ. ການຈັດປະເພດ ແລະ ປົກປ້ອງຂໍ້ມູນສຳຄັນ (Sensitive Information) ເພື່ອຄວາມປອດໄພ. - ການໃຊ້ AI ຊ່ວຍວິເຄາະ Variance, Trend ແລະ Root-cause ເພື່ອຫາ Insight ທາງທຸລະກິດ. - ການສ້າງ Interactive Dashboards ດ້ວຍ Artifacts ແລະ ສ້າງລະບົບສະຫຼຸບລາຍງານອັດໂນມັດ. - ເຕັກນິກການກວດສອບຄວາມຖືກຕ້ອງ/ປ້ອງກັນ AI Hallucinations ພ້ອມນຳສະເໜີ Final Team Project. . 👏 ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຜູ້ເຂົ້າຮ່ວມທັງ 13 ທ່ານ ຈາກ M Money ທີ່ໃຫ້ຄວາມສົນໃຈ, ຕັ້ງອົກຕັ້ງໃຈ ແລະ ມີສ່ວນຮ່ວມຕະຫຼອດການຝຶກອົບຮົມ. ຫວັງຢ່າງຍິ່ງວ່າ ທັກສະ ແລະ ຄວາມຮູ້ໃນຄັ້ງນີ້ ຈະຖືກນໍາໄປປະຍຸກໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ. 💖

12:39 – 15:39M Money
2408
ເວີກຊອບ

AI Basic Prompting and AI Tools

🎉 ສຳເລັດການຝຶກອົບຮົມ ຫຼັກສູດ "AI Basic Prompting and AI Tools" ທີ່ຈັດຂຶ້ນໃນວັນທີ 24-25 ສິງຫາ 2026 ທີ່ຜ່ານມາ. ເຊິ່ງພວກເຮົາໄດ້ມີໂອກາດແບ່ງປັນຄວາມຮູ້ ແລະ ທັກສະດ້ານເຕັກໂນໂລຊີ AI ໃຫ້ກັບບັນດາພະນັກງານວິຊາການ ຈາກ ກົມໃຫຍ່ເຕັກນິກກອງທັບ ລວມທັງໝົດ 25 ທ່ານ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອເປົ້າໝາຍໃນການຍົກລະດັບການເຮັດວຽກໃຫ້ມີປະສິດທິພາບ ແລະ ໄວຂຶ້ນ. . 👉 ເນື້ອຫາທີ່ໄດ້ເຈາະເລິກໃນຫຼັກສູດປະກອບມີ: - ຄວາມຮູ້ພື້ນຖານກ່ຽວກັບ AI ແລະ ການເລືອກໃຊ້ເຄື່ອງມື AI ໃຫ້ເໝາະສົມກັບວຽກງານ. - ເຕັກນິກການຂຽນ ຄໍາສັ່ງ (Prompt) ພື້ນຖານ ເພື່ອສື່ສານ ແລະ ດຶງເອົາຜົນລັບທີ່ແນ່ນອນ, ຖືກຕ້ອງ ຈາກ AI. - ການນໍາໃຊ້ AI ເຂົ້າໃນການສະຫຼຸບເອກະສານ, ການຂຽນລາຍງານ, ການວິເຄາະຂໍ້ມູນ ແລະ ການວາງແຜນວຽກງານ ເພື່ອຫຼຸດຜ່ອນເວລາໃນການເຮັດວຽກ. - ຄວາມປອດໄພຂອງຂໍ້ມູນຂ່າວສານ, ຈັນຍາບັນ ແລະ ຂໍ້ຄວນລະວັງໃນການນໍາໃຊ້ AI ເຂົ້າໃນອົງກອນ. . 🙏 ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຜູ້ເຂົ້າຮ່ວມທັງ 25 ທ່ານ ຈາກ ກົມໃຫຍ່ເຕັກນິກກອງທັບ ທີ່ໃຫ້ຄວາມສົນໃຈ ແລະ ມີສ່ວນຮ່ວມຕະຫຼອດການຝຶກອົບຮົມ. ຫວັງຢ່າງຍິ່ງວ່າ ທັກສະ ແລະ ຄວາມຮູ້ໃນຄັ້ງນີ້ ຈະຖືກນໍາໄປປະຍຸກໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອຂັບເຄື່ອນອົງກອນໃຫ້ກ້າວໜ້າຢ່າງມີປະສິດທິພາບ.

14:48 – 17:48ກົມໃຫຍ່ເຕັກນິກກອງທັບ
1407
ເວີກຊອບ

ທັກສະຄວາມຮູ້ ແລະ ຈະລິຍະທຳ ໃນການນໍາໃຊ້ AI ສໍາລັບພະນັກງານໃນອົງກອນ

ສິ້ນສຸດລົງແລ້ວ ສໍາລັບຫຼັກສູດ "AI Literacy and Ethics for Corporate" ທີ່ຈັດຂຶ້ນໃນວັນທີ 14-15 ກໍລະກົດ 2026 ທີ່ຜ່ານມາເຊິ່ງພວກເຮົາໄດ້ມີໂອກາດແບ່ງປັນຄວາມຮູ້ໃຫ້ກັບບໍລິສັດ ລາວ ໂທລະຄົມ (Lao Telecom), TPLUS ແລະ M-Money X ລວມທັງໝົດ 46 ທ່ານ. . ຕະຫຼອດ 2 ມື້ເຕັມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດ ກ່ຽວກັບການນໍາໃຊ້ AI ເຂົ້າໃນການເຮັດວຽກໃຫ້ເກີດປະສິດທິພາບສູງສຸດ ຄວບຄູ່ໄປກັບຄວາມເຂົ້າໃຈເລິກເຊິ່ງດ້ານ "ຈັນຍາບັນ AI" (AI Ethics) ຕະຫຼອດ 2 ມື້ເຕັມ, ພວກເຮົາໄດ້ ເຈາະ ເລິກ ແລະ ໄດ້ຮຽນຮູ້ກ່ຽວກັບ - AI Literacy: ຄວາມເຂົ້າໃຈພື້ນຖານ ແລະ ການນຳໃຊ້ AI - AI Tools for Productivity: ເຕັກນິກການນໍາໃຊ້ເຄື່ອງມື AI ຕ່າງໆ ເຂົ້າໃນການເຮັດວຽກຕົວຈິງ ເພື່ອເພີ່ມປະສິດທິພາບ ແລະ ປະຢັດເວລາ. - AI Ethics & Governance: ຈັນຍາບັນ, ຄວາມປອດໄພຂອງຂໍ້ມູນ (Data Privacy) ແລະ ຄວາມຮັບຜິດຊອບໃນການໃຊ້ AI ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ລູກຄ້າ ແລະ ອົງກອນ. - Prompt Engineering: ການຝຶກທັກສະການສັ່ງງານ AI ຢ່າງມີປະສິດທິພາບ ເພື່ອໃຫ້ເກີດຜົນລັບສູງສຸດ. . ຂໍຂອບໃຈຜູ້ບໍລິຫານ ແລະ ທີມງານທັງ 46 ທ່ານ ທີ່ໃຫ້ພວກເຮົາໄດ້ມີໂອກາດແບ່ງປັນຄວາມຮູ້ ແລະ ຫວັງວ່າຢ່າງຍິ່ງວ່າຄວາມຮູ້ໃນມື້ນີ້ສາມາດຊ່ວຍເຂົ້າໃນວຽກງານຂອງທ່ານບໍ່ຫຼາຍກໍໜ້ອຍ.

15:11 – 18:11
1307
ເວີກຊອບ

Basic Artificial Intelligence (AI)

ໃນວັນທີ 20-21 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຂວງ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື ໄດ້ຈັດຊຸດຝຶກອົບຮົມ "ພື້ນຖານການນຳໃຊ້ປັນຍາປະດິດ (AI)" ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ບຸກຄະລາກອນພາຍໃນແຂວງ. ເຊິ່ງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ຂັນທອງ ຍີ້ນດາວົງ (ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື) ແລະ ທ່ານ ບຸນກອງ ໄຊຍະແສງ (ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ) ໂດຍມີ ທ່ານ ປອ. ສະຫວາດ ໄຊປະດິດ ຜູ້ອຳນວຍການບໍລິສັດ ລາລີເຈນ ຈຳກັດ (Laligence) ເຂົ້າຮ່ວມເປັນວິທະຍາກອນຫຼັກ ພ້ອມດ້ວຍນັກສຳມະນາກອນ 21 ທ່ານ ຈາກຫຼາກຫຼາຍຂະແໜງການ. ເຊິ່ງຫຼັກສູດ ເຮົາເນັ້ນແບບ "ຮຽນຮູ້ທິດສະດີ ສົມທົບກັບການລົງມືເຮັດຈິງ" ເພື່ອໃຫ້ທຸກຄົນເອົາໄປໃຊ້ກັບວຽກຕົວຈິງເຊິ່ງມີຫົວຂໍ້ຫຼັກໆດັ່ງນີ້: 🌐 ພື້ນຖານ AI: ເຂົ້າໃຈບົດບາດຂອງ AI ໃນຍຸກດິຈິຕອນ. ✍️ Generative AI: ການໃຊ້ AI ຊ່ວຍສ້າງເນື້ອຫາ, ຮ່າງເອກະສານ ແລະ ສະຫຼຸບລາຍງານ. 🛠️ Prompt Engineering: ເຕັກນິກການປ້ອນຄຳສັ່ງໃຫ້ AI ເຮັດວຽກໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິພາບ. 🔒 ຈັນຍາບັນ & ຄວາມປອດໄພ: ຂໍ້ຄວນລະວັງ ແລະ ການຮັກສາຄວາມປອດໄພທາງໄຊເບີ. Laligence ຂໍຂອບໃຈ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນສ່ວນໜຶ່ງໃນການຂັບເຄື່ອນ ແລະ ສົ່ງເສີມທັກສະເຕັກໂນໂລຊີແຫ່ງອະນາຄົດ ໃຫ້ແກ່ບຸກຄະລາກອນເພື່ອມານຳໃຊ້ເຂົ້າໃນໜ້າວຽກຕົວຈິງໃຫ້ເກີດປະໂຫຍດສູງສຸດ. ສ່ວນອົງກອນໃດຢາກໃຫ້ເຮົາໄປແຊຣ໌ຄວາມຮູ້ດີໆແບບນີ້ ສາມາດຕິດຕໍ່ເຮົາໄດ້ທີ່ເບີ 020 91 593 838

11:32 – 14:32ສະພາການຄ້າ ແລະ ອຸດສາຫະກຳແຂວງ
1906
ເວີກຊອບ

AI for Marketing Comprehensive

ເມື່ອວັນທີ 19-20 ມິຖຸນາ ທີ່ຜ່ານມາ, ທີມງານ Laligence ໄດ້ມີໂອກາດໄປແບ່ງປັນຄວາມຮູ້ດ້ານ AI ໃນຫຼັກສູດ "AI for Marketing Comprehensive Course" ກັບທີມງານ KP Company Limited ທັງ 18 ທ່ານ ຕະຫຼອດ 2 ມື້ເຕັມ! ຫຼັກສູດນີ້ພວກເຮົາໄດ້ເຈາະເລິກວິທີການນຳ AI ມາປັບໃຊ້ເພື່ອເພີ່ມປະສິດທິພາບໃນການເຮັດວຽກດ້ານການຕະຫຼາດໃຫ້ມີປະສິດທິພາບຫຼາຍຂຶ້ນ ບໍ່ວ່າຈະເປັນ: ✅ Content : ໃຊ້ AI ຊ່ວຍວາງໂຄງຮ່າງ ແລະ ຂຽນ Copywriting . ✅ Artwork : ສ້າງສັນຮູບພາບໂຄສະນາແບບມືອາຊີບດ້ວຍ AI Tools. ✅ Video Production: ເຕັກນິກການຜະລິດວິດີໂອສັ້ນ ແລະ ການຕັດຕໍ່ດ້ວຍ AI. ✅ Presentation: ໃຊ້ປ່ຽນງານນຳສະເໜີທຳມະດາ ໃຫ້ເປັນເລື່ອງລາວທີ່ໜ້າສົນໃຈ. ✅ Ads Optimization: ວິເຄາະ ແລະ ວາງແຜນການຍິງໂຄສະນາໂດຍການເອົາ AI ເຂົ້າມາຊ່ວຍ. ✅ Audio Tools: ການນຳໃຊ້ AI ເພື່ອສ້າງສຽງບັນຍາຍ ແລະ ດົນຕີປະກອບວິດີໂອ. ພວກເຮົາ ຂໍຂອບໃຈທາງບໍລິສັດ KP Company Limited ທີ່ໃຫ້ໂອກາດພວກເຮົາໃນການເພີຍແຜ່ຄວາມຮູ້ໃນເທື່ອນີ້. ສໍາລັບບໍລິສັດໃດທີ່ມີຄວາມສົນໃຈຢາກໃຫ້ພວກເຮົາ ໄປເຜີຍແພ່ການນໍ້າໃຊ້ AI ເຂົ້າໃນວຽກງານຂອງທ່ານ ສາມາດຕໍ່ສອບຖາມລາຍລະອຽດໄດ້ທີ່ເບີ 020 91 593 838

09:00 – 17:48 KP Company Limited
ເຂົ້າຮ່ວມ 18
106
ເວີກຊອບ

Introduction to AI Automation using n8n

ສິ້ນສຸດລົງແລ້ວກັບຫຼັກສູດ "ພື້ນຖານການສ້າງ AI Automation ດ້ວຍ n8n" 🚀 ໃນວັນທີ 29 ມີນາທີ່ຜ່ານມາ ໃນຫຼັກສູດນີ້ມີຜູ້ເຂົ້າຮ່ວມທັງໝົດ 10 ທ່ານ. ບອກເລີຍວ່າບັນຍາກາດພາຍໃນຫ້ອງຮຽນແມ່ນເຕັມໄປດ້ວຍຄວາມຄຶກຄື້ນສຸດໆ! 🌟 🎓 . ນຳພາການຮຽນ-ການສອນໂດຍ: ໂມໂຕ້ ແລະ ສຸລິໄຊ AI Engineer ແລະ ຜູ້ທີ່ມີຄວາມຊໍານານໃນການນໍາໃຊ້ AI ເຊິ່ງໄດ້ພາ "ລົງເລິກ" ແລະ "ລົງມືເຮັດ" ແທ້ໃນທຸກຂັ້ນຕອນ: 👨‍💻 🛠️ . - ເຈາະເລິກ n8n: ຮຽນຮູ້ການໃຊ້ເຄື່ອງມື Automation ລະດັບສາກົນ ຕັ້ງແຕ່ພື້ນຖານຈົນເຂົ້າໃຈກົນໄກການເຮັດວຽກ 🔍 ✨ - ສ້າງ Workflow: ອອກແບບລະບົບການເຮັດວຽກໃຫ້ເປັນອັດຕະໂນມັດ ໂດຍການເຊື່ອມຕໍ່ແອັບພລິເຄຊັນຕ່າງໆເຂົ້ານໍາກັນ 🔗 ⚙️ - AI Integration: ເອົາ AI ເຂົ້າມາຊ່ວຍໃຫ້ Workflow ສະຫຼາດຂຶ້ນ ເພື່ອຫຼຸດຜ່ອນຂັ້ນຕອນການເຮັດວຽກທີ່ຊ້ຳຊາກ 🤖 💡 - Practical Workshop: ນັກຮຽນທັງ 10 ທ່ານ ໄດ້ລົງມືສ້າງລະບົບທີ່ສາມາດນຳໄປໃຊ້ໃນວຽກຕົວຈິງໄດ້ທັນທີ 📝 ✅ . ຂໍຂອບໃຈນັກຮຽນທັງ 10 ທ່ານ ທີ່ໃຫ້ຄວາມສົນໃຈໃນຫຼັກສູດນີ້ ພວກເຮົາ ເຫັນທຸກຄົນສາມາດສ້າງ Node, ເຊື່ອມຕໍ່ API ແລະ ສ້າງ Workflow ໄດ້ດ້ວຍຕົນເອງ ທາງທີມງານກໍມີຄວາມພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງ 🙏 🎉 . ຫວັງວ່າຄວາມຮູ້ທີ່ໄດ້ຮັບໃນຄັ້ງນີ້ ຈະຊ່ວຍໃຫ້ທຸກທ່ານ "ເຮັດວຽກໄດ້ຫຼາຍຂຶ້ນ ໃນເວລາທີ່ໜ້ອຍລົງ" ແລະ ສ້າງຜົນປະໂຫຍດໃຫ້ກັບອົງກອນ ຫຼື ທຸລະກິດສ່ວນຕົວໄດ້ຢ່າງຫຼວງລາຍ 📈 💪

00:00 – 00:00ນະຄອນຫຼວງວຽງຈັນ
104
ເວີກຊອບ

AI Literacy and Ethics

ບັນຍາກາດການອົບຮົມຫຼັກສູດ AI Literacy and Ethics (ຄວາມຮູ້ພື້ນຖານໃນການນຳໃຊ້ AI ແລະ ຈັນຍາບັນ) ຕະຫຼອດ 2 ມື້ເຕັມ (ວັນທີ 1-2 ເມສາ ທີ່ຜ່ານມາ) ກັບ ໃຫ້ແກ່ທີມງານ ຣີສອດ ນໍ້າກັດຢໍລະປ່າ (Namkat Yorla Pa). . ຕະຫຼອດ 2 ມື້ເຕັມຂອງການລົງມືປະຕິບັດຕົວຈິງ, ມີຜູ້ເຂົ້າຮ່ວມທັງ 24 ທ່ານ ໄດ້ຮັບການຖ່າຍທອດຄວາມຮູ້ຢ່າງໃກ້ຊິດຈາກຜູ້ທີ່ມີຄວາມຊໍານານໃນການນໍາໃຊ້ AI ໂດຍ ໂມໂຕ້, ປອ. ສະຫວາດ ແລະ ສຸລິໄຊ ໂດຍເນື້ອໃນຫຼັກທີ່ໄດ້ຮຽນຮູ້ມີຄື: ✅ ພື້ນຖານ ແລະ ແນວຄິດຂອງ AI: ເຂົ້າໃຈວ່າ AI ແມ່ນຫຍັງ ແລະ ມັນຈະມາປ່ຽນແປງວິທີການເຮັດວຽກຂອງພວກເຮົາແນວໃດ. ✅ ເຕັກນິກການຂຽນ Prompt (ຄຳສັ່ງ): ວິທີການສື່ສານກັບ AI ໃຫ້ມີປະສິດທິພາບ ເພື່ອໃຫ້ໄດ້ຜົນລັດທີ່ຖືກຕ້ອງ ແລະ ວ່ອງໄວ. ✅ AI ສຳລັບການສ້າງສັນເນື້ອໃນ: ການນຳໃຊ້ເຄື່ອງມື AI ເຂົ້າໃນການຂຽນບົດຄວາມ, ການອອກແບບ ແລະ ວຽກງານການຕະຫຼາດ. ✅ ຈັນຍາບັນໃນການນຳໃຊ້ (Ethics): ການໃຊ້ AI ຢ່າງມີຄວາມຮັບຜິດຊອບ, ຄວາມປອດໄພຂອງຂໍ້ມູນ ແລະ ການກວດສອບຄວາມຖືກຕ້ອງຂອງເນື້ອໃນ. . ຂໍຂອບໃຈ ຣີສອດ ນໍ້າກັດຢໍລະປ່າ (Namkat Yorla Pa) ທີ່ໃຫ້ພວກເຮົາໄດ້ມີໂອກາດຖ່າຍທອດຄວາມຮູ້ໃນຄັ້ງນີ້ ແລະ ພວກເຮົາຫວັງຢ່າງຍິ່ງ ວ່າທຸກທ່ານຈະນໍາເອົາຄວາມຮູ້ ແລະ ທັກສະ ໄປນໍາໃຊ້ເຂົ້າໃນວຽກງານຂອງທ່ານໃຫເກີດຜົນປະໂຫຍດສູງສຸດ.

15:34 – 18:34
1803
ເວີກຊອບ

Basic Prompting

ສໍາເລັດໄປໄດ້ດ້ວຍດີ ກັບຫຼັກສູດ “ ການນໍາໃຊ້ AI ແບບມືອາຊີບ ” ( Basic Prompting) ໃນວັນທີ່ 18 ມີນາ ໂດຍມີຜູ້ເຂົ້າຮ່ວມການຮຽນທັງໝົດ 10 ຄົນ . ໃນຄອສນີ້, ທຸກທ່ານໄດ້ຮຽນຮູ້ຕັ້ງແຕ່ພື້ນຖານການຂຽນຄຳສັ່ງ (Prompting) ໄປຈົນເຖິງການນຳໃຊ້ AI ເພື່ອເພີ່ມປະສິດທິພາບໃນສາຍງານຕ່າງໆ ບໍ່ວ່າຈະເປັນ: 🎨 ສ້າງຮູບພາບ, ວິດີໂອ ແລະ ສຽງທີ່ເປັນເອກະລັກ 📊 ການວິເຄາະຂໍ້ມູນ ແລະ ສະຫຼຸບຍອດຂາຍແບບອັດສະລິຍະ 💻 ການສ້າງ Presentation ໃຫ້ເປັນເລື່ອງງ່າຍ ແລະ ວ່ອງໄວ . ນຳພາການຮຽນ-ການສອນໂດຍ: ໂມໂຕ້ ແລະ ສຸລິໄຊ AI Engineer ແລະ ຜູ້ທີ່ມີຄວາມຊໍານານໃນການນໍາໃຊ້ AI . ຂໍຂອບໃຈທັງ 10 ທ່ານ ທີ່ໄວ້ວາງໃຈໃຫ້ພວກເຮົາໄດ້ແບ່ງປັນຄວາມຮູ້. ຫວັງຢ່າງຍິ່ງວ່າທັກສະໃນມື້ນີ້ ຈະຊ່ວຍໃຫ້ການເຮັດວຽກຂອງທຸກທ່ານມີປະສິດທິພາບສູງສຸດ ແລ້ວພົບກັນໃໝ່ໃນຄອສໜ້າເດີ້.

15:01 – 18:01ນະຄອນຫຼວງວຽງຈັນ
803
ເວີກຊອບ

AI Literacy and Ethics

ສຳເລັດໄປແລ້ວສຳລັບການຝຶກອົບຮົມຫຼັກສູດ “AI Literacy and Ethics” ໃຫ້ແກ່ທີມງານ ທະນາຄານຄຳ ລາວ - Lao Bullion Bank (ວັນທີ 8-9 ມີນາ) ນໍາພາການສອນໂດຍ ໂມໂຕ້, ປອ ສະຫວາດ ແລະ ສຸລິໄຊ ເຊິ່ງເປັນຜູ້ທີ່ມີຄວາມຊໍານານໃນການນໍາໃຊ້ AI . 2 ມື້ເຕັມກັບການຮຽນຫຼັງສູດນີ້ ⏳ ເຊິ່ງພວກເຮົາໄດ້ປັບປຸງຫຼັກສູດໃຫ້ເຂົ້າກັບຂະແໜງການທະນາຄານ ໂດຍເນັ້ນທັງ “ການໃຊ້ໃຫ້ເປັນ” ✅ ແລະ “ການໃຊ້ໃຫ້ຖືກ” ⚖️ ຜ່ານການລົງມືເຮັດ Workshop ຕົວຈິງ 🛠️. ຂໍສະແດງຄວາມຊົມເຊີຍກັບຜູ້ເຂົ້າຮ່ວມທັງ 20 ທ່ານ ທີ່ໄດ້ຕັ້ງໃຈຮຽນຮູ້ ແລະ ແລກປ່ຽນບົດຮຽນຢ່າງເຕັມທີ່ 👏🎓. ຂອບໃຈທາງ ທະນາຄານຄໍາ - Lao Bullion Bank 🙏 ທີ່ໃຫ້ໂອກາດພວກເຮົາໄດ້ແບ່ງປັນຄວາມຮູ້ໃນຄັ້ງນີ້. ຫວັງຢ່າງຍິ່ງວ່າທັກສະໃໝ່ໆນີ້ຈະມີປະໂຫຍດແກ່ທຸກໆເອົານໍາໃຊ້ໃນການເຮັດວຽກ .

00:00 – 00:00ທະນາຄານຄໍາ - Lao Bullion Bank
403
ເວີກຊອບ

AI Literacy and Ethics

✨ ສຳເລັດໄປໄດ້ດ້ວຍດີ ກັບຄອສສອນ AI Literacy and Ethics (ຄວາມຮູ້ພື້ນຖານໃນການນຳໃຊ້ AI) ໃຫ້ແກ່ B-YOU Education Center ຕະຫຼອດ 2 ມື້ເຕັມ (ວັນທີ 5-6 ມີນາ) 🗓️ ເຊິ່ງມີຜູ້ເຂົ້າຮ່ວມທັງ 18 ທ່ານ 👨‍🏫 ນຳພາການສອນໂດຍ ໂມໂຕ້ ແລະ ສຸລິໄຊ. ເຊິ່ງຫຼັກສູດນີ້ພວກເຮົາໄດ້ມີການລົງເລິກໃນດ້ານ: 💡 Understanding AI: ເຂົ້າໃຈຫຼັກການເຮັດວຽກຂອງ AI ທີ່ຖືກຕ້ອງ ບໍ່ແມ່ນແຕ່ການໃຊ້ງານ ແຕ່ຕ້ອງຮູ້ວ່າ "ມັນຄິດ, ເຮັດວຽກແນວໃດ". ⚖️ AI Ethics: ຈັນຍາບັນໃນການໃຊ້ AI ເຊິ່ງເປັນຫົວໃຈສຳຄັນ ເພື່ອໃຫ້ພວກເຮົາເຕີບໂຕໄປພ້ອມກັບເຕັກໂນໂລຊີຢ່າງຍືນຍົງ ແລະ ຮັບຜິດຊອບ. 🛠️ Practical Skills: ລົງມືເຮັດແທ້ ຝຶກໃຊ້ Tool ຕ່າງໆ ເພື່ອເພີ່ມປະສິດທິພາບໃນການເຮັດວຽກ ແລະ ການຮຽນຮູ້. . 🙏 ຂອບໃຈ B-YOU Education Center ທີ່ໃຫ້ໂອກາດພວກເຮົາໄດ້ແບ່ງປັນຄວາມຮູ້ ແລະ ຂອບໃຈທຸກຄົນທີ່ຕັ້ງໃຈ Workshop ນຳກັນຢ່າງເຕັມທີ່. 🌟 ຫວັງວ່າທຸກຄົນຈະນຳເອົາເຕັກນິກດີໆໄປຕໍ່ຍອດນຳໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິພາບເພີ່ມຂຶ້ນ ແລະ ເກີດປະໂຫຍດສູງສຸດ. 🚀

00:00 – 00:00B-YOU Education Center
1202
ເວີກຊອບ

AI Literacy and Ethic

ສໍາເລັດໄປດ້ວຍດີ ກັບການສອນ ການຮຽນ ຂອງອົງການ JICA ໃນຫົວຂໍ້ AI Literacy and Ethic ທີ່ຈັດຂຶ້ນໃນວັນທີ 12-13 ກຸມພາ ທີ່ຜ່ານມາ. ການຮຽນຮູ້ຕະຫຼອດ 2 ມື້, ຜູ້ເຂົ້າຮ່ວມທັງ 18 ທ່ານ ໄດ້ຮຽນຮູ້ເຕັກນິກໃໝ່ໆ ແລະ ແລກປ່ຽນເຕັກນິກການນຳໃຊ້ AI ໃໝ່ໆ ຢ່າງມ່ວນຊື່ນ ພາຍໃຕ້ການສອນໂດຍ ປອ. ສະຫວາດ ແລະ ອາຈານ ໂມໂຕ້. ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍຂອບໃຈອົງການ JICA ທີ່ໃຫ້ຄວາມໄວ້ວາງໃຈທີມງານຂອງພວກເຮົາ ໃນການແບ່ງປັນຄວາມຮູ້ ແລະ ເຕັກນິກການນຳໃຊ້ປັນຍາປະດິດ (AI) ເພື່ອມາຊ່ວຍໃນການເຮັດວຽກໃຫ້ມີປະສິດທິພາບຫຼາຍຂຶ້ນ.

16:07 – 19:07 JICA
1001
ເວີກຊອບ

n8n Easy Start

🌟 ພາບບັນຍາກາດມື້ທີສອງ! ການຮຽນຂອງພວກເຮົາລົງເລິກກວ່າເກົ່າ 💡 ໂດຍໄດ້ແບ່ງອອກເປັນ 2 ຫ້ອງຮຽນ ເພື່ອເຈາະເລິກຄວາມຮູ້ໃນຫຼັກສູດຝຶກອົບຮົມ n8n Easy Start 🚀 👨‍🏫 ສອນໂດຍ Johnstocker ຮ່ວມກັບ ບໍລິສັດ Laligence: ປອ. ສະຫວາດ ແລະ ອາຈານໂມໂຕ້. ພວກເຮົາຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນຄວາມຕັ້ງໃຈຂອງນັກຮຽນທັງ 54 ທ່ານ 📝✨ 🙏 ຂໍຂອບໃຈມາຍັງ ກຸ່ມບໍລິສັດ ສຸກໃຈ ທີ່ໃຫ້ກຽດໃຫ້ພວກເຮົາໄດ້ມາເປັນສ່ວນໜຶ່ງໃນການຖ່າຍທອດຄວາມຮູ້ ແລະ ເຕັກນິກໃນຄັ້ງນີ້.ຫວັງຢ່າງຍິ່ງວ່າທຸກທັກສະທີ່ໄດ້ຮຽນຮູ້ໄປ ຈະຊ່ວຍຍົກລະດັບການເຮັດວຽກໃຫ້ມີປະສິດທິພາບຫຼາຍຂຶ້ນ! 📈✌️

11:39 – 14:39ກຸ່ມບໍລິສັດ ສຸກໃຈ
901
ເວີກຊອບ

n8n Easy start

📸 ພາບບັນຍາກາດ ມື້ທໍາອິດ! ການຮຽນການສອນ ຂອງກຸ່ມບໍລິສັດ ສຸກໃຈ ໃນການຮຽນຫຼັກສູດ n8n Easy start ໃນວັນທີ 9 ມັງກອນ 2026 ທີ່ຜ່ານມາ 🗓️ 👨‍🏫 ຫຼັກສູດນີ້ສອນໂດຍ Johnstocker ຮ່ວມກັບ ບໍລິສັດ Laligence ທີ່ມາເປັນຜູ້ຖ່າຍທອດຄວາມຮູ້ ແລະ ເຕັກນິກການນຳໃຊ້ n8n ເພື່ອຊ່ວຍໃຫ້ການເຮັດວຽກມີປະສິດທິພາບ ແລະ ວ່ອງໄວຂຶ້ນກວ່າເກົ່າ 🚀⚡ 🌟 ພວກເຮົາຫວັງຢ່າງຍິ່ງວ່າ ຄວາມຮູ້ໃນຄັ້ງນີ້ຈະເປັນປະໂຫຍດ ແລະ ສາມາດນຳໄປປະຍຸກໃຊ້ໃນການເຮັດວຽກໃຫ້ໄດ້ປະສິດທິພາບຫຼາຍທີ່ສຸດ 💪✨

12:16 – 15:16
2810
ເວີກຊອບ

AI Automation

ພາບບັນຍາກາດການຮຽນຫຼັກສູດ AI Automation ໃນວັນທີ 28 ກັນຍາ 2025 ທີ່ Lab De Lines - Coworking Space 🤖✨️ ຂອບໃຈອາຈານຜູ້ສອນ: Johnstocker 🙏 ຂອບໃຈຜູ້ສະໝັກທຸກຄົນ🥰🙏 ໃນການຮຽນຄັ້ງນີ້ພວກເຮົາ Laligence ຫວັງຢ່າງຍິ່ງວ່າທຸກຄົນຈະໄດ້ຄວາມຮູ້ໃໝ່ໆ ແລະ ໄດ້ເຂົ້າໃຈການໃຊ້ AI ຫຼາຍຂຶ້ນ, ຫາກຄັ້ງໜ້າມີຫຼັກສູດທີ່ໜ້າສົນໃຈພວກເຮົາພ້ອມທີ່ຈະແບ່ງປັນ ແລະ ເຊີນຊວນທຸກຄົນເຂົ້າຮ່ວມເພື່ອເສີມສ້າງຄວາມຮູ້ໃໝ່ໆໄປພ້ອມກັນ ☺️ 🔊 ທຸກມື້ນີ້ AI ຂະຫຍາຍຕົວໄວຂຶ້ນເລື້ອຍໆ ຫາກຈະນຳໃຫ້ທັນ ຢ່າລໍຊ້າທີ່ຈະຮຽນຮູ້ ແລະ ສະແຫວງຫາຫຼັກສູດດີໆ, ໃນວັນທີ 18-19 ຕຸລາທີ່ຈະມາເຖິງນີ້ພວກເຮົາຈະມີການເປີດສອນຫຼັກສູດໃໝ່, ໃຜສົນໃຈຕິດຕາມທາງເພຈໄດ້ເລີຍ ຈະເປີດຮັບສະໝັກໃນໄວໆນີ້🤩 ❗️ ແລ້ວພົບກັນໃໝ່ ❤️‍🔥

00:00 – 00:00ນະຄອນຫຼວງວຽງຈັນ
1810
ເວີກຊອບ

AI Automation

ພາບບັນຍາກາດໃນການຮຽນຫຼັກສູດ AI Automation ໃນວັນທີ 18 ຕຸລາ 2025 ທີ່ Lab De Lines 🤖✨️ ຂອບໃຈອາຈານຜູ້ສອນ: Johnstocker 🙏 ຂອບໃຈຜູ້ສະໝັກທຸກຄົນ🥰🙏 ໃນການຮຽນຄັ້ງນີ້ພວກເຮົາ Laligence ຫວັງຢ່າງຍິ່ງວ່າທຸກຄົນຈະໄດ້ຄວາມຮູ້ໃໝ່ໆ ,ໄດ້ເຂົ້າໃຈການໃຊ້ AI ແລະ ໄດ້ຮຽນຮູ້ເຄື່ອງມືທີ່ຈະປ່ຽນວຽກທີ່ໜ້າເບື່ອໃຫ້ເປັນອັດຕະໂນມັດ. ຫາກຄັ້ງໜ້າມີຫຼັກສູດທີ່ໜ້າສົນໃຈພວກເຮົາພ້ອມທີ່ຈະແບ່ງປັນ ແລະ ເຊີນຊວນທຸກຄົນເຂົ້າຮ່ວມເພື່ອເສີມສ້າງຄວາມຮູ້ໃໝ່ໆໄປພ້ອມກັນ ☺️

00:00 – 00:00ນະຄອນຫຼວງວຽງຈັນ
2709
ເວີກຊອບ

AI Automation

ພາບບັນຍາກາດການຮຽນຫຼັກສູດ AI Automation ໃນວັນທີ 27 ກັນຍາ 2025 ທີ່ສູນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT Center) 🤖✨️ ຂອບໃຈອາຈານຜູ້ສອນ: Johnstocker 🙏 ຂອບໃຈຜູ້ສະໝັກທຸກຄົນ🥰🙏 ໃນການຮຽນຄັ້ງນີ້ພວກເຮົາ Laligence ຫວັງຢ່າງຍິ່ງວ່າທຸກຄົນຈະໄດ້ຄວາມຮູ້ໃໝ່ໆ ແລະ ໄດ້ເຂົ້າໃຈການໃຊ້ AI ຫຼາຍຂຶ້ນ, ຫາກຄັ້ງໜ້າມີຫຼັກສູດທີ່ໜ້າສົນໃຈພວກເຮົາພ້ອມທີ່ຈະແບ່ງປັນ ແລະ ເຊີນຊວນທຸກຄົນເຂົ້າຮ່ວມເພື່ອເສີມສ້າງຄວາມຮູ້ໃໝ່ໆໄປພ້ອມກັນ ☺️ 🔊 ທຸກມື້ນີ້ AI ຂະຫຍາຍຕົວໄວຂຶ້ນເລື້ອຍໆ ຫາກຈະນຳໃຫ້ທັນ ຢ່າລໍຊ້າທີ່ຈະຮຽນຮູ້ ແລະ ສະແຫວງຫາຫຼັກສູດດີໆ, ໃນວັນທີ 18-19 ຕຸລາທີ່ຈະມາເຖິງນີ້ພວກເຮົາຈະມີການເປີດສອນຫຼັກສູດໃໝ່, ໃຜສົນໃຈຕິດຕາມທາງເພຈໄດ້ເລີຍ ຈະເປີດຮັບສະໝັກໃນໄວໆນີ້🤩 ❗️ ແລ້ວພົບກັນໃໝ່ ❤️‍🔥

00:00 – 00:00ນະຄອນຫຼວງວຽງຈັນ
1009
ເວີກຊອບ

AI Literacy and Ethics

🤖 ໃນຍຸກທີ່ໂລກເຮົາພັດທະນາຢ່າງກ້າວກະໂດດ, ໃນຍຸກທີ່ AI ນັບມື້ນັບທັນສະໄໝ, ໃນຍຸກທີ່ພຽງ 'ຄິດ' ກໍສາມາດເຮັດອອກມາເປັນພາບ, ພຽງເຫັນພາບກໍສາມາດກາຍເປັນເລື່ອງລາວໄດ້ຢ່າງງ່າຍດາຍ ດ້ວຍເຄື່ອງມືທີ່ເອີ້ນວ່າ 'AI' ປ່ຽນສິ່ງທີ່ເຄີຍຫຍຸ້ງຍາກໃຫ້ງ່າຍຂຶ້ນ, ໄວຂຶ້ນ ແລະ ແມ່ນຢຳຂຶ້ນ. ທ່ານຢາກເປັນຄົນໜຶ່ງທີ່ຮູ້ຈັກ ແລະ ເຂົ້າໃຈ AI ພ້ອມທັງສາມາດໃຊ້ມັນໃຫ້ເກີດປະໂຫຍດແກ່ຕົນເອງ ຫຼື ບໍ່? ມາເບິ່ງພາບບັນຍາກາດການຮຽນ-ການສອນຄອສຝຶກອົບຮົມ AI ພື້ນຖານ (AI Literacy) ໃນວັນທີ 14-15 ກັນຍາ 2025 ທີ່ Lab De Lines ຜູ້ເຂົ້າຮ່ວມທຸກຄົນໄດ້ມາຮຽນການໃຊ້ AI ແລະ ໄດ້ປະຕິບັດຕົວຈິງຢ່າງຟົດຟື້ນ🎊 🌟 ບໍລິສັດ ລາລິເຈນ ຂໍຂອບໃຈຜູ້ເຂົ້າຮ່ວມທຸກທ່ານ ແລະ ຂໍເຊີນຊວນທຸກຄົນມາສະໝັກຮຽນ AI ນຳກັນເພື່ອເປັນຄວາມຮູ້ພື້ນຖານໃຫ້ແກ່ຕົນເອງ ແລະ ເພື່ອນຳໃຊ້ເຂົ້າໃນການປະກອບອາຊີບໄດ້ຢ່າງມີປະສິດທິພາບ🌟 ❗️ຢ່າລໍຊ້າທີ່ຈະມາເປັນສ່ວນໜຶ່ງຂອງພວກເຮົາ! ທ່ານຈະເປັນຜູ້ໜຶ່ງທີ່ໄດ້ຄົ້ນພົບສິ່ງທີ່ຫຼາຍໆຄົນຍັງບໍ່ທັນຄົ້ນພົບ🤩 💥 ຄອສໃໝ່ຈະເປີດໃນໄວໆນີ້ໃຜສົນໃຈຢາກສະໝັກຮຽນກົດຕິດຕາມເພຈໄວ້ເລີຍເດີ້👈❤️‍🔥

00:00 – 00:00ນະຄອນຫຼວງວຽງຈັນ
2908
ເວີກຊອບ

AI Literacy and Ethics

ເຕີມທັກສະໃໝ່ສົ່ງທ້າຍເດືອນ! ບັນຍາກາດການຝຶກອົບຮົມ ຫຼັກສູດ "ການຮຽນຮູ້ພື້ນຖານດ້ານປັນຍາປະດິດ ແລະ ຈັນຍາບັນໃນການໃຊ້ງານ ສຳລັບອົງກອນ (AI Literacy and Ethics)" ມື້ທີ 1 ໃຫ້ກັບ ສູນວິໄຈພະຍາດຊຶມເຊື້ອ ລາວ-ຄຣິສຕົຟເມຣິເອີ (ສວລມ). ໃນມື້ທໍາອິດນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ແນວທາງການປະຍຸກໃຊ້ AI ເພື່ອຍົກລະດັບການເຮັດວຽກໃນອົງກອນຢ່າງມີປະສິດທິພາບ, ປອດໄພ ແລະ ຖືກຕ້ອງຕາມຫຼັກຈັນຍາບັນ. ເນື້ອຫາທີ່ໄດ້ຮຽນຮູ້ໃນມື້ທີ 1 ປະກອບມີ: - ຄວາມຮູ້ພື້ນຖານກ່ຽວກັບ AI, ການເຮັດວຽກຂອງ AI ຍຸກໃໝ່ ແລະ ການເລືອກໃຊ້ AI Tools ໃຫ້ເໝາະສົມກັບວຽກງານວິໄຈ ແລະ ວຽກອົງກອນ. - ຈັນຍາບັນ, ຄວາມປອດໄພຂອງຂໍ້ມູນຂ່າວສານ, ຄວາມເປັນສ່ວນຕົວ (Data Privacy) ແລະ ຂໍ້ຄວນລະວັງໃນການປ້ອງກັນຂໍ້ມູນສໍາຄັນຂອງອົງກອນຮົ່ວໄຫຼ. - ການກວດສອບຄວາມຖືກຕ້ອງຂອງຜົນລັບ, ການຫຼຸດຜ່ອນຄວາມອະຄະຕິຂອງ AI (AI Bias) ແລະ ການນໍາໃຊ້ AI ຢ່າງມີຄວາມຮັບຜິດຊອບ. ຂໍສະແດງຄວາມຂອບໃຈບັນດາທ່ານຈາກ ສູນວິໄຈພະຍາດຊຶມເຊື້ອ ລາວ-ຄຣິສຕົຟເມຣິເອີ (ສວລມ) ທີ່ໃຫ້ຄວາມສົນໃຈ ແລະ ແລກປ່ຽນຄໍາຄິດເຫັນຢ່າງຟົດຟື້ນ

13:30 – 16:30ສູນວິໄຈພະຍາດຊຶມເຊື້ອ ລາວ-ຄຣິສຕົຟເມຣິເອີ (ສວລມ).
2108
ເວີກຊອບ

AI Literacy & Ethics, Vibe Coding: AI-Assisted Programming

ສຳເລັດໄປອີກ 2 ຫຼັກສູດຢ່າງງົດງາມ! ກັບຫຼັກສູດ "AI Literacy & Ethics" (ພື້ນຖານປັນຍາປະດິດ ແລະ ຈັນຍາບັນການໃຊ້ງານ) ແລະ "Vibe Coding: AI-Assisted Programming" (ການຂຽນໂປຣແກຣມຍຸກໃໝ່ໂດຍໃຊ້ AI ເຂົ້າມາຊ່ວຍ). ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ ບໍລິສັດ DataVerse Consulting ທີ່ໄວ້ວາງໃຈ ແລະ ໃຫ້ໂອກາດທີມງານເຮົາໄດ້ເຂົ້າໄປແບ່ງປັນຄວາມຮູ້, ເຕັກນິກ ແລະ ເສີມທັກສະເຕັກໂນໂລຊີຍຸກໃໝ່ໃຫ້ກັບທີມງານຢ່າງອົບອຸ່ນ ແລະ ເປັນກັນເອງ. ໄຮໄລ້ຂອງ 2 ຫຼັກສູດທີ່ໄດ້ຮຽນຮູ້: - AI Literacy & Ethics: ປູພື້ນຖານຄວາມເຂົ້າໃຈ, ເຕັກນິກການໃຊ້ AI Tools ໃຫ້ເກີດປະໂຫຍດสูงสุด, ພ້ອມເນັ້ນຍ້ຳເລື່ອງຄວາມປອດໄພຂອງຂໍ້ມູນ (Data Privacy) ແລະ ຈັນຍາບັນໃນການນຳໃຊ້ພາຍໃນອົງກອນ. - Vibe Coding Course: ການປ່ຽນວິທີການຂຽນໂຄ້ດແບບດັ້ງเดิม ມາเป็นการໃຊ້ Natural Language ສື່ສານກັບ AI ເພື່ອຊ່ວຍ Generate Code, Debugging, ແລະ ພັດທະນາລະບົບໄດ້ໄວขึ้นແບບກ້າວກະໂດດ. ຍຸກນີ້ AI ໄປໄວຫຼາຍ! ຫາກອົງກອນໃດຕ້ອງການຍົກລະດັບ ແລະ ເສີມທັກສະດ້ານ AI (AI Upskilling) ໃຫ້ກັບພະນັກງານ ເພື່ອເພີ່ມປະສິດທິພາບໃນການເຮັດວຽກ, ສາມາດຕິດຕໍ່ປຶກສາທີມງານ Lali Legend ຂອງເຮົາໄດ້ເລີຍ.

00:00 – 00:00DataVerse Consulting
1908
ເວີກຊອບ

Vibe coding Course: AI-Assisted Programming

ພວກເຮົາໄດ້ມີໂອກາດແບ່ງປັນຄວາມຮູ້ ແລະ ທັກສະດ້ານການຂຽນໂປຣແກຣມຍຸກໃໝ່ ໃຫ້ກັບບັນດາພະນັກງານ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພົ່ອນໍາໃຊ້ AI ເປັນຄູ່ຮ່ວມພັດທະນາ ຊ່ວຍໃຫ້ການຂຽນໂຄ້ດ, ສ້າງແອັບພລິເຄຊັນ ແລະ ແກ້ໄຂບັນຫາທາງເຕັກໂນໂລຊີ ເຮັດໄດ້ໄວ, ງ່າຍ, ແລະ ມີປະສິດທິພາບສູງຂຶ້ນ. ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຜູ້ເຂົ້າທີ່ໃຫ້ຄວາມສົນໃຈ, ຕັ້ງໃຈລອງຂຽນໂຄ້ດ ແລະ ມີສ່ວນຮ່ວມຕະຫຼອດການຝຶກອົບຮົມ. ຫວັງຢ່າງຍິ່ງວ່າທັກສະ Vibe Coding ໃນຄັ້ງນີ້ ຈະຖືກນໍາໄປປະຍຸກໃຊ້ເຂົ້າໃນການພັດທະນາລະບົບ ແລະ ນຳໃຊ້ເຂົ້າໃຈອົງກອນໃຫ້ເກີດປະສິດທິພາບສູງສຸດ.

13:10 – 00:00ນະຄອນຫຼວງວຽງຈັນ
1508
ເວີກຊອບ

Basics of AI Application and AI Ethics

ສຳເລັດແລ້ວ 🎉🎉 ສຳລັບຄອສພື້ນຖານການນຳໃຊ້ປັນຍາປະດິດ ແລະຈັນຍາບັນປັນຍາປະດິດ ທີ່ທາງບໍລິສັດເຮົາໄດ້ສອນໃຫ້ກັບ ບໍລິສັດ ເຄພີ ໂຮນດິ້ງ ຈຳກັດ.

00:00 – 00:00
1508
ເວີກຊອບ

Basic Artificial Intelligence (AI)

ບັນຍາກາດການຝຶກອົບຮົມ ຫຼັກສູດຮຽນຮູ້ພື້ນຖານດ້ານປັນຍາປະດິດ (AI) ແລະ ຈັນຍາບັນໃນການໃຊ້ງານ ສຳລັບອົງກອນມື້ທີ 1, (AI Literacy and Ethic). 👨‍🏫 ສອນໂດຍ: ປອ. ສະຫວາດ ໄຊປະດິດ, ອຳນວຍການ ບໍລິສັດ ລາລິເຈັນ 📧 ຕິດຕໍ່: [email protected] 📞 ເບີໂທ: +8562091593838

00:00 – 00:00
ຊອກຫາການຮຽນຮູ້ດ້ວຍຕົນເອງບໍ?ສຳຫຼວດຄອສ